
ວິທີການເລືອກນ້ອງໝາ/ນ້ອງແມວໂຕໃໝ່ຂອງທ່ານ
ຫາກທ່ານໄດ້ຕັດສິນໃຈທີ່ຈະຮັບສະມາຊິກ 4 ຂາຕົວໃໝ່ເຂົ້າມາໃນຄອບຄົວ, ສິ່ງສຳຄັນຄືຕ້ອງເລືອກຢ່າງຮອບຄອບ. ມີນ້ອງໝານ້ອງແມວຫຼາຍຮ້ອຍຕົວທີ່ກຳລັງຕ້ອງການທີ່ຢູ່ທີ່ເປັນຫຼັກແຫຼ່ງກັບຄອບຄົວທີ່ອົບອຸ່ນ ຊຶ່ງປະຈຸບັນໄດ້ຮັບການດູແລຈາກມູນນິທິດຸແລສັດຈອນຈັດ. ສັດລ້ຽງສາຍພັນປະສົມ ແລະ ສາຍພັນລາດຈະມີປັນຫາສຸຂະພາບນ້ອຍກວ່າສາຍພັນແທ້ ເນື່ອງຈາກມີການປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ຈຶ່ງເປັນເຫດຜົນວ່າເປັນຫຍັງເຮົາຈຶ່ງແນະນຳໃຫ້ຮັບມາລ້ຽງຈາກມູນນິທິດີກວ່າຈາກຮ້ານຂາຍສັດລ້ຽງ.
ມູນນິທິໃນທ້ອງຖິ່ນເຫຼົ່ານີ້ສາມາດຊ່ວຍໃຫ້ທ່ານພົບກັບເພື່ອນໃໝ່ທີ່ສົມບູນແບບ.
LAOS:
Rescue House Luang Prabang:
https://www.facebook.com/rescuehouselpb


ຫາກທ່ານຍັງຄົງຕັດສິນໃຈວ່າຈະຊື້ສັດລ້ຽງຈາກຜູ້ເພາະພັນ, ສິ່ງສຳຄັນຄືຕ້ອງຮູ້ບາງສິ່ງເພື່ອໃຫ້ແນ່ໃຈວ່າສັດລ້ຽງຂອງທ່ານຈະມີສຸຂະພາບດີ ແລະ ມີຄວາມສຸກ ແລະ ການປະສົມພັນນັ້ນຖືກຕ້ອງຕາມຈັນຍາບັນ.
- ທ່ານຄວນຂໍເບິ່ງພໍ່ແມ່ພັນຂອງນ້ອງໝາຫຼືນ້ອງແມວສະເໝີ, ພວກເຂົາຕ້ອງຢູ່ກັບແມ່ຢ່າງນ້ອຍ 7-8 ອາທິດເພື່ອໃຫ້ມີການເຕີບໂຕ ແລະ ພັດທະນາການທາງຈິດໃຈທີ່ເໝາະສົມ. ດັ່ງນັ້ນ ທ່ານບໍ່ຄວນພາສັດລ້ຽງຕົວໃໝ່ກັບບ້ານຈົນກວ່າພວກເຂົາຈະອາຍຸຄົບດັ່ງທີ່ກ່າວໄວ້.
- ພໍ່ແມ່ພັນຕ້ອງເປັນແນວໃດ? ພວກເຂົາມີຄວາມສຸກ ແລະ ສຸຂະພາບດີ ແລະ ມີປະຕິກິລິຍາສົນໃຈໃນໂຕທ່ານ?
- ບໍ່ຄວນຢູ່ຮ່ວມກັນຫຼາຍໂຕ, ໂດຍສະເພາະຫາກພວກເຂົາມາຈາກພໍ່ແມ່ພັນທີ່ແຕກຕ່າງກັນ – ເຊິ່ງມີຄວາມສ່ຽງສູງຕໍ່ການລະບາດຂອງພະຍາດ ເຊັ່ນ: ຖອກທ້ອງ ແລະ ການຕິດເຊື້ອທາງເດີນຫາຍໃຈ – ໄອ ແລະ ຈາມ.


4. ບໍ່ຄວນສັກວັກຊີນກ່ອນອາຍຸ 8 ອາທິດ ເນື່ອງຈາກພູມຕ້ານທານຈາກນ້ຳນົມແມ່ຈະເຮັດໃຫ້ວັກຊີນມີປະສິດທິຜົນໜ້ອຍລົງຫາກໄດ້ຮັບໃນຊ່ວງອາຍຸຍັງນ້ອຍ.
5. ການສັກວັກຊີນຕ່າງໆຈຳເປັນຕ້ອງໄດ້ລົງລາຍເຊັນ ແລະ ປະທັບກາໂດຍສັດຕະວະແພດທີ່ໄດ້ອະນຸຍາດຢ່າງຖືກຕ້ອງ.
6. ການຕັດຫູຫຼືຫາງແມ່ນບໍ່ມີຄວາມຈຳເປັນສຳລັບສາຍພັນໃດໆທັງນັ້ນ, ມັນສ້າງຄວາມເຈັບປວດ ແລະ ການປະຕິບັດທີ່ບໍ່ມີຈັນຍາບັນຕໍ່ສັດ.
7. ຜູ້ເພາະພັນຄວນມີຄວາມຍິນດີໃນການຕອບຄຳຖາມ ແລະ ສະແດງໃຫ້ທ່ານໄດ້ເຫັນວ່າສັດອາໄສຢູ່ໃສ, ຫາກບໍ່ສະແດງ ອາດຈະເປັນສັນຍານທີ່ບໍ່ດີ ແລະ ເປັນຟາມທີ່ຜິດຈັນຍາບັນ.
8.ຫາກທ່ານຕ້ອງການເດີນທາງກັບສັດລ້ຽງຂອງທ່ານໃນອະນາຄົດ, ໃຫ້ຄຳນຶງວ່າການຂົນສົ່ງສາຍພັນທີ່ດັງສັ້ນທາງອາກາດເປັນເລື່ອງຍາກ (ເຊັ່ນ: Pug, Bulldog, British Shorthair, Persians). ສາຍການບິນຫຼາຍສາຍບໍ່ຍອມຮັບສາຍພັນເຫຼົ່ານີ້ໃນການຂົນສົ່ງ.