News
ເຮັດໝັນ&ສັກຢາກັນວໍ້ໝາແມວຟີຼ
ຄລີນິກປົວສັດ ເອນິມໍລ ດອກເຕີ້ສ ອິນເຕີເນເຊີນນໍລ ມີໂຄງການເພື່ອການກຸສົນມາແຈ້ງໃຫ້ທຸກທ່ານຊາບ! “ໂຄງການນີ້ຈະຈັດຂື້ນເພື່ອຊ່ວຍສັດໂດຍທີ່ບໍ່ມີຄ່າໃຊ້ຈ່າຍໃດໆ” ການເຮັດໝັນສັດ & ສັກວັກຊີນກັນຫວໍ້ ໃຫ້ແກ່ສັດ ຄັ້ງທຳອິດໃນຫຼວງພະບາງ! ໃຫ້ການຜ່າຕັດໂດຍຊ່ຽວຊານສັດສະຕະແພດສາກົນຂອງພວກເຮົາ. ໃນວັນທີ 11ແລະ 12 ພະຈິກ 2019 ທີ່ແຂວງຫຼວງພະບາງ, ພວກເຮົາຈະຈັດຂຶ້ນຢູ່ 2 ສະຖານທີ່, 1 ມື້ ສຳລັບປະຊາຊົນລາວໃນທ້ອງຖິ່ນສາມາດນຳ ແມວ ແລະ ໝາຂອງພວກເຂົາໄປຜ່າຕັດເຮັດໝັນ ແລະ ສັກວັກຊີນຟຣີ! ນີ້ແມ່ນງານທຳອິດຂອງເຮົາ ແລະ ເຮົາຫວັງວ່າ ຖ້າຫາກມື້ນີ້ປະສົບຜົນສຳເລັດ ໃນອະນາຄົດເຮົາຈະສາມາດວາງແຜນສໍາລັບມື້ຜ່າຕັດເຮັດໝັນໃນລາວ! ສິ່ງທີ່ລວມຢູ່ໃນລາຍການ: ສຳລັບແມວ: ການຜ່າຕັດເຮັດໝັນສຳລັບເພດແມ່ ແລະ ເພດຜູ້, […]