ຄລີນິກປົວສັດ ເອນິມໍລ ດອກເຕີ້ສ ອິນເຕີເນເຊີນນໍລ ມີໂຄງການເພື່ອການກຸສົນມາແຈ້ງໃຫ້ທຸກທ່ານຊາບ!
“ໂຄງການນີ້ຈະຈັດຂື້ນເພື່ອຊ່ວຍສັດໂດຍທີ່ບໍ່ມີຄ່າໃຊ້ຈ່າຍໃດໆ”
ການເຮັດໝັນສັດ & ສັກວັກຊີນກັນຫວໍ້ ໃຫ້ແກ່ສັດ ຄັ້ງທຳອິດໃນຫຼວງພະບາງ! ໃຫ້ການຜ່າຕັດໂດຍຊ່ຽວຊານສັດສະຕະແພດສາກົນຂອງພວກເຮົາ.
ໃນວັນທີ 11ແລະ 12 ພະຈິກ 2019 ທີ່ແຂວງຫຼວງພະບາງ, ພວກເຮົາຈະຈັດຂຶ້ນຢູ່ 2 ສະຖານທີ່, 1 ມື້ ສຳລັບປະຊາຊົນລາວໃນທ້ອງຖິ່ນສາມາດນຳ ແມວ ແລະ ໝາຂອງພວກເຂົາໄປຜ່າຕັດເຮັດໝັນ ແລະ ສັກວັກຊີນຟຣີ!
ນີ້ແມ່ນງານທຳອິດຂອງເຮົາ ແລະ ເຮົາຫວັງວ່າ ຖ້າຫາກມື້ນີ້ປະສົບຜົນສຳເລັດ ໃນອະນາຄົດເຮົາຈະສາມາດວາງແຜນສໍາລັບມື້ຜ່າຕັດເຮັດໝັນໃນລາວ!
ສິ່ງທີ່ລວມຢູ່ໃນລາຍການ:
ສຳລັບແມວ: ການຜ່າຕັດເຮັດໝັນສຳລັບເພດແມ່ ແລະ ເພດຜູ້, ວັກຊີນກັນຫວໍ້ ແລະ ຢາຂ້າແມ່ທ້ອງ.
ສຳລັບໝາ: ການຜ່າຕັດເຮັດໝັນສຳລັບເພດຜູ້ເທົ່ານັ້ນ, ວັກຊີນກັນຫວໍ້ ແລະ ຢາຂ້າແມ່ທ້ອງ.
ສຳລັບການເຂົ້າຮ່ວມງານ:
ກະລຸນານຳສັດລ້ຽງຂອງທ່ານມາຍັງສະຖານທີ່ທີ່ກຽມໄວ້ ໃນຊ່ວງເວລາ 9ໂມງເຊົ້າ ຫາ 4 ໂມງແລງ
– ຫ້າມໃຫ້ອາຫານສັດລ້ຽງຂອງທ່ານໃນຕອນເຊົ້າກ່ອນທີ່ຈະມາຜ່າຕັດ
– ກະລຸນານຳເອົາເຊືອກຈູງ ຫຼື ກົງໃສ່ສັດລ້ຽງມາພ້ອມ
ມາຮອດກ່ອນໄດ້ຮັບການບໍລິການກ່ອນ!
ສະຖານທີ່:
ວັນທີ 11 ຕຸລາ: ບ້ານຊຽງລ້ອມ, ເມືອງຫຼວງພະບາງ
ວັນທີ 12 ຕຸລາ: ໃຈກາງເມືອງຫຼວງພະບາງ (ລາຍລະອຽດເພີ່ມເຕີມຕິດຕາມທີ່…)
ທ່ານຈະຊ່ວຍເຮົາໄດ້ແນວໃດ?
ກະລຸນາສົ່ງອີເມວມາທີ່ eloise@theanimaldoctors.org ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີທີ່ທ່ານສາມາດມີສ່ວນຮ່ວມ.
ກະລຸນາມີສ່ວນຮ່ວມໃນການຊ່ວຍເຮົາດ້ວຍການກົດ’ເຂົ້າຮ່ວມ’ ກິດຈະກຳນີ້, ແບ່ງປັນກິດຈະກຳນີ້ກັບເພື່ອນຂອງທ່ານແລະມີສ່ວນຮ່ວມນຳກັນ! ມາເຮັດໃຫ້ແນ່ໃຈວ່າທ່ານກະຈາຍຄຳເວົ້າໄດ້ຫຼາຍຊ່ຳໃດ, ເມື່ອຜູ້ຄົນຮູ້ຈັກຫຼາຍເທົ່າໃດ, ເຮົາຍິ່ງສາມາດຮັກສາສັດໄດ້ຫຼາຍເທົ່ານັ້ນ!
ຂອບໃຈຫຼາຍໆສຳລັບການອ່ານຂອງທ່ານ,
Dr Eloise, Dr Martyna ແລະ Dr Tara ແລະ ທີມງານ ເອນິມໍລດ໋ອກເຕີ້ສ໌ ອິນເຕີເນເຊິນນໍລ
ແລະຂໍຂອບໃຈມາຍັງຜູ້ສະໜັບສະໜູນຫຼັກຂອງພວກເຮົາ Dr. Will (Animal Doctors International) ແລະ Michael ຈາກ Mandalao Elephant Conservation