loading
close menu

ການບໍລິການ

ການກວດສຸຂະພາບ
432

ການກວດສຸຂະພາບ

ຄວາມພືງພໍໃຈ,ສຸຂະພາບທີ່ດີ

ການຮັກສາສັດລ້ຽງຂອງເຮົາໃຫ້ມີສຸຂະພາບດີຕ້ອງໃຊ້ວິທີການແບບລວມໆທີ່ມີມຸມມອງຄ້າຍໆກັບຊີວິດຂອງພວກເຂົາ. ສັດຕະວະແພດຂອງພວກເຮົາສາມາດຊ່ວຍກຳນົດແຜນສ່ວນບຸກຄົນເຊິ່ງລວມມີການດູແລສຸຂະພາບ, ປ້ອງກັນພະຍາດໃນຂັ້ນທຳອິດແລະມີການປັບໂຕຕາມໄວ.

ການກວດທາງຄລີນີກ

ມີການແນະນຳຢ່າງເຂັ້ມງວດໂດຍການໃຫ້ສັດລ້ຽງທຸກໂຕຜ່ານການກວດສຸຂະພາບເປັນປະຈຳຫຼືຂຶ້ນກັບສະພາບຮ່າງກາຍຂອງພວກເຂົາ. ການກວດຮ່າງກາຍຢ່າງລະອຽດຖີ່ຖ້ວນແລະການປະເມີນປັດໄຈຄວາມສ່ຽງຊ່ວຍໃຫ້ເຮົາພັດທະນາແລະປ້ອງກັນການເຈັບປ່ວຍທີ່ຮ້າຍແຮງຫຼາຍຢ່າງ.

ການກວດສຸຂະພາບ
1111

ຄຳແນະນຳດ້ານສຸຂະພາບ

ນອກຈາກການກວດຮ່າງການສັດລ້ຽງຂອງທ່່ານແລະຄຳແນະນຳທາງການແພດທົ່ວໄປ ສັດຕະວະແພດຂອງພວກເຮົາສາມາດສ້າງແຜນການທີ່ບໍ່ຊ້ຳໃຜແລະເໝາະສົມກັບ:

  • ຂໍ້ກັງວົນກ່ຽວກັບອາຫານ: ການຮັບປະທານອາຫານທີ່ຖືກຕ້ອງຕາມຄວາມຕ້ອງການທາງໂພຊະນາການຂຶ້ນຢູ່ກັບອາຍຸ, ນ້ຳໜັກທີ່ຫຼຸດລົງຫຼືເພີ່ມຂຶ້ນ, ການໄດ້ຮັບປະສິດທິພາບທີ່ເໝາະສຳລັບການທຳງານຂອງສັດ.
  • ຄຳແນະນຳກ່ຽວກັບພຶດຕິກຳ: ບໍ່ວ່າຈະເປັນການຝຶກອົບຮົມຫຼືການແກ້ໄຂພຶດຕິກຳເພື່ອການເຫົ່າ, ການກັດ, ການປັດສະວະບໍ່ຖືກທີ່ຫຼືການຫຍ້ຳ.
  • ການສະແດງຜົນງານຂອງໝານ້ອຍ: ບໍ່ມີປຶ້ມຫຼືຄູ່ມືໃດທີ່ກຽມໃຫ້ທ່ານພ້ອມຝຶກໃຫ້ກັບໝານ້ອຍໂຕໃໝ່! ທີມງານຂອງພວກເຮົາພ້ອມທີ່ຈະຕອບທຸກຄຳຖາມຂອງທ່ານ, ຄວນຈະໃຫ້ອາຫານມື້ລະຈັກຄັ້ງ? ວິທີການທີ່ດີທີ່ສຸດທີ່ຈະຫຼິ້ນກັບໝານ້ອຍແມ່ນແນວໃດ? ແບບໃດແລະເມື່ອໃດທີ່ຈະພ້ອມເຂົ້າສັງຄົມ?
  • ການດູແລໝາທີ່ເຕີບໂຕເຕັມທີ່: ເມື່ອສັດລ້ຽງຂອງທ່ານມີອາຍຸຫຼາຍຂຶ້ນ ຄວາມຕ້ອງການຂອງພວກເຂົາກໍປ່ຽນໄປເຊັ່ນກັນ ແລະ ຫຼາຍຄັ້ງທີ່ພວກເຂົາຕ້ອງການການດູແລຫຼາຍທີ່ສຸດໃນຂັ້ນນີ້. ທີມພວກເຮົາມີຄວາມເຫັນອົກເຫັນໃຈຢູ່ສະເໝີເມື່ອເວົ້າກ່ຽວກັບຄວາມກັງວົນທີ່ທ່ານຕ້ອງພົບກັບສັດລ້ຽງຂອງທ່ານແລະການດູແລຈົນຮອດບັ້ນທ້າຍຂອງຊີວິດ.
  • ມະເຮັງວິທະຍາ: ທາງເລືອກສຳລັບທ່ານແລະສັດລ້ຽງເປັນກະແຈສຳຄັນໃນການວາງແຜນການຮັກສາມະເຮັງຂອງພວກເຂົາເຊັ່ນດຽວກັບມະນຸດ. ພວກເຮົາຢູ່ທີ່ນີ້ສາມາດຊ່ວຍທ່ານໃນເລື່ຶອງການເດີນທາງແລະການຕັດສິນໃຈທີ່ຖືກຕ້ອງສຳລັບສັດລ້ຽງຂອງທ່ານ.
  • ການຜ່າຕັດ: ຜູ້ຊ່ຽວຊານດ້ານການຜ່າຕັດຂອງເຮົາດຳເນີນການຜ່າຕັດດ້ວຍເທັກນິກແລະອຸປະກອນທີ່ທັນສະໄໝທີ່ສຸດໃນລາວແລະຫວຽດນາມ. ພວກເຮົາສາມາດກວດຜູ້ປ່ວຍໃນ, ຜູ້ປ່ວຍນອກ ພ້ອມກັບຜູ້ຊ່ວຍທີ່ເຮັດວຽກໃຫ້ກັບສັດຕະວະແພດເພື່ອໃຫ້ແນ່ໃຈວ່າສັດລ້ຽງຂອງທ່ານໄດ້ຮັບການດູູແລທີ່ດີທີ່ສຸດ, ໂອກາດປະສົບຄວາມສຳເລັດສູູງສຸດ ແລະ ກັບສູ່ສະພາບປົກກະຕິໄດ້ໄວທີ່ສຸດ.