

ການພາໝາຫຼືແມວຂອງທ່ານເພື່ອທີ່ຈະເດີາງໄປຢ່າງປອດໄພແລ້ວຕ້ອງມີການວາງແຜນຢ່າງຄົບຖ້ວນ
ເຮົາຮູ້ວ່າທຸກຊີວິດແມ່ນມີຄວາມສຳຄັນ ໃນເໜືອນເຮົາມີໜ້າທີ່ຕ້ອງຮັບຜິດຊອບພວກເຂົາແລ້ວນັ້ນໝາຍຄວາມວ່າພາພວກເຂົາໄປກັບເຮົາໃຮເມື່ອທີ່ເຮົາໄດ້ຍ້າຍີ່ຢູ່ ແລະໃນບາງກໍລະນີໃນບາງປະເທດ ການເດີນທາງພ້ອມສັດລ້ຽງກຳລັງເປັນທີ່ນິຍົມຫຼາຍຂື້ນ ເນື່ອງຈາກຂໍ້ກຳນົດ້ານການກັກກັນສັດລະຫ່ວາງປະເທດກຳລັງມີນະໂຍບາຍຫຼາຂື້ນ ແລະໃນບາງປະເທດກໍ່ໄດ້ມີການກັກກັນສັດ ແລະສາຍການບິນກໍ່ໄດ້ມີການປັບປຸງເພື່ອບໍລິການແກ່ຜູ້ໂດຍສານທີ່ມີສັດລ້ຽງເດີນທາງໄປນຳ
ໃນຕອນທຳອິດການນຳເຂົ້າແລະສົ່ງອອກສັດລ້ຽງຂອງທ່ານຈາກປະເທດຫວຽດນາມມີທັ້ງຄວາມຊັບຊ້ອນແລະຄ່າໃຊ້ຈ່າຍສູງ ໂຊກດີທີ່ຂະບວນການດັ່ງກ່າວສາມາດດຳເດີນໄປໄດ້ຢ່າງຄ່ອງແຄ້ວໂດຍມີການວາງແຜນລ່ວງໜ້າແລະມີການກວດສອບຕາມຂໍ້ກຳນົດ
ບັດນີ້ພວກເຮົາຈະໃຫ້ພາບລວມຄາວໆກ່ຽວກັບໂຕເລືອກບາງຢ່າງທີ່ສາມາດນຳໝາແລະແມວຂອງທ່ານເຂົ້າອອກບໍ່ວ່າຈະເປັນວັນເສົາອາທິດຫຼືມື້ລັດຖະການ
ສາຍການບິນ
ໃນກໍລະນີສ່ວນໃຫ່ຍການເດີນທາງທາງອາກາດເປັນວິທີທີ່ປອດໄພໃນການຂົນສົ່ງສັດລ້ຽງຂອງທ່ານ ດັ່ງທີ່ພວກເຂົາໄດ້ຮັບການກວດສອບຢ່າງລະອຽດໂດຍສັດຕະວະແພດສຳລັບປັນຫາທີ່ມີຢູ່ກ່ອນ
ສັດສ່ວນໃຫ່ຍແມ່ນສາມາດເດີນທາງດ້ວຍເຮືອບິນໄດ້ເປັນຢ່າງດີໂດຍສະເພາະຢ່າງຍິ່ງຫາກພວກເຂົາໄດ້ຮັບການແນະນຳໃຫ້ຮູ້ຈັກກັບການເດີນທາງລ່ວງໜ້າເພື່ອບໍ່ໃຫ້ເຈີກັບເຫດການທີ່ຕ້ອງກັງວົນເຊັ່ນ ຕົກໃຈໂດຍທົ່ວໄແລ້ວບໍ່ຄວນເຮັດໃຫ້ສັດລ້ຽງຂອງທ່ານ .
ສະຫຼົບສຳລັບການເດີນທາງເພາະອາດເຮັດໃຫ້ເກີດການປ່ຽນແປງທີ່ເປັນອັນຕະລາຍທັ້ງໃນຫົວໃຈແລະການຫາຍໃຈໃນທຸກສະຖານະການເປັນເລື່ອງສຳຄັນທີ່ທ່ານຈະຕອ້ງໄດ້ມີ ກົງ
ສຳລັບເດີນທາງທີ່ໄດ້ຮັບການອະນຸມັດຈາກສາກົນສຳລັບສັດລ້ຽງຂອງທ່ານ ພວກເຮົາຮູ້ວ່າລາຄາແມ່ນຖືກກ່ວາຫາກທ່ານຊື້ກົງຕາມທ້ອງຕະຫຼາດແຕ່ເປັນຕາເສຍດາຍທີ່ສິ່ງເຫຼົ່ານັ້ນຖືກປະຕິເສດເມື່ອຮອດເວລາຂື້ນເຮືອບິນເຊິ່ງເປັນສະຖານະການທີ່ເຄັ່ງຄຽດຫຼາຍ
ຂໍ້ກຳນົດລະດັບສາກົນ
ການເດີນທາງໄປຕ່າງປະເທດຕ້ອງຈຳເປັນມີໃບຮັບຮອງສຸຂະພາບໂດຍສັດຕະວະແພດ ການສັກວັກຊີນແບບເຕັມຮູບແບບ ລວມເຖິງພະຍາດໝາຮ້າຍ (ກັນວໍ້) ແລະເລກປະຈຳໂຕສັດເປັນສ່ວນໃຫ່ຍ
ຂໍ້ແນະນຳຢ່າງຍິ່ງໃຫ້ເລີ່ມຕົ້ນຂະບວນການເດີນທາງລ່ວງໜ້າຢ່າງໜ້ອຍ 3-6ເດືອນ
ກ່ອນເວລາຈະເດີນທາງເປັນຢ່າງຕ່ຳໃນການຮັບເອກະສານທັງໝົດຕາມລຳດັບປະເທດສ່ວນໃຫ່ຍຕ້ອງການທົດສອບສະເພາະສັດລ້ຽງຂອງທ່ານກ່ອນທີ່ພວກເຂົາກ່ອນທີ່ພວກເຂົາຈະໄດ້ຮັບການຍອມຮັບ ເປັນຫຼັກແມ່ນພະຍາດໝາວໍ້ ເຊິ່ງການກວດດັ່ງກ່າວນີ້ແມ່ນແມ່ນຈະຖືກສົ່ງໄປຫ້ອງປະຕິບັດການທີ່ໄດ້ຮັບການຮອງຮັບແລະມີລາຍເຊັນຂອງສັດຕະວະແພດທີ່ຜ່ານການຮອງຮັບ ນອກຈາກນີ້ບາງະເທດຕ້ອງການກວດສອບ ໜ່ອນຫົວໃຈ, ໄຂ້ເຫັບ ແລະ Brucella ນອກຈາກນີ້ສັດລ້ຽງຂອງທ່ານຈະຕ້ອງມີອາຍຸຫຼາຍກ່ວາ 3ເດືອນແລະໃຫ້ແນ່ໃຈວ່າການສັກວັກຊີນທັງໝົດແມ່ນຖືກຕ້ອງ








ເຂົ້າສູ່ຫວຽດນາມ
ສຳລັບຫຼາຍໆຄົນທີ່ຕ້ອງການຮູ້ວ່າຕ້ອງໃຊ້ເອກະສານຫັຍງແດ່ໃນການນຳສັດລ້ຽງຂອງທ່ານເຂົ້າສູ່ຫວຽດນາມຈະຮູ້ສຶກຄືລຸຍລຸຍ ແຕ່ທີ່ຈິງແລ້ວມັນແມ່ນງ່າຍຫຼາຍຖ້າຫາກທ່ານເຮັດຕາມຂັ້ນຕອນ:
- ໃຫ້ແນ່ໃຈວ່າການສັກວັກຊີນສັດລ້ຽງຂອງທ່ານແມ່ນຢ່າງໜ້ອຍ 30-365ມື້ກ່ອນເດີນທາງ
- ບອກສັດຕະວະແພດຂອງທ່ານໃຫ້ອອກໃບຮັບຮອງການສັກວັກຊີນກັນວໍ້ ຢ່າງໜ້ອຍ 30ມື້ກ່ອນເຂົ້າປະເທດ ກວດສອບໃຫ້ແນ່ໃຈວ່າສັດລ້ຽງຂອງທ່ານໄດ້ໃສ່ເລກລະຫັດປະຈຳໂຕສັດລ້ຽງທີ່ກວດສອບແລະໃຊ້ງານໄດ້ ຈ້ອງທ້ຽວບິນຂອງທ່ານກັບສາຍການບິນທີ່ສາມາດຮັບໃບອະນຸຍາດນຳເຂົ້າຈາກຫວຽດນາມ
ການເດີນທາງອອກຈາກປະເທດຫວຽດນາມ
ການອອກຈາກຫວຽດນາມນັ້ນຄ່ອນຂ້າງງ່າຍແລະເອກກະສານທີ່ຕ້ອງການຂື້ນຢູ່ກັບປະເທດປາຍທາງໃນກໍລະນີສ່ວນໃຫ່ຍທ່ານຈະຕີອງໄດ້ມີຜົນກວດເຊື້ອພະຍາດວໍ້:
- ເຊິ່ງຕ້ອງໄດ້ຮັບການຮອງຮັບຈາກຫ້ອງປະຕິບັດທີ່ລົງທະບຽນຈາກສັດຕະວະແພດທີ່ໄດ້ຮັບການຮັບຮອງ ປະວັດການສັກວັກຊີນ, ເລກລະຫັດປະຈຳແລະວັກຊີຍປ້ອງກັນພະຍາດວໍ້
- ແລະໃບຮັບຮອງສຸຂະພາບທີ່ອອກໂດຍສັດຕະວະແພດຜູ້ທີ່ໄດ້ຮັບການຮັບຮອງຈາກລັດຖະບານຫວຽດນາມໃບອະນຸຍາດນຳເຂົ້າສຳລັບປະເທດປາຍທາງ ໃບອະນຸຍາດສົ່ງອອກຈາກລັດຖະບານຫວຽດນາມ
ສະຫລຸບ
- ສະຫຼຸບຄືເລີ່ມວາງແຜນຂອງທ່ານໃຫ້ໄວທີ່ສຸດແລະຕິດຕາມໃກ້ຊິດກັບສັດຕະວະແພດເພື່ອໃຫ້ແນ່ໃຈວ່າເອກກະສານແລະການກວດສອບທັງໝົດຈະແລ້ວສົມບູນແລະຖືກຕ້ອງຕາມຄວາມຕ້ອງການ
- ເຮັດໃຫ້ສັດລ້ຽງຂອງທ່ານຄຸ້ນເຄີຍແລະກຽມພ້ອມສຳລັບການເດີນທາງໂດຍໃຫ້ພວກເຂົາລອງນອນໃນກົງເພື່ອໃຫ້ພວກເຂົາລຶ້ງແລະຊິ້ນເຄີຍແລະມ່ວນຊື່ນເວລາຢູ່ໃນກົງແລະຢ່າປ່ອຍໃຫ້ພວກເຂົາຢູ່ທາງດ້ານຫຼັງ



ເຂົ້າປະເທດລາວ
ສຳລັບຫຼາຍໆຄົນທີ່ຕ້ອງການຮູ້ວ່າຕ້ອງໃຊ້ເອກະສານຫັຍງແດ່ໃນການນຳສັດລ້ຽງຂອງທ່ານເຂົ້າສູ່ລາວຈະຮູ້ສຶກຄືລຸຍລຸຍ ແຕ່ທີ່ຈິງແລ້ວມັນແມ່ນງ່າຍຫຼາຍຖ້າຫາກທ່ານເຮັດຕາມຂັ້ນຕອນ
- ໃຫ້ແນ່ໃຈວ່າການສັກວັກຊີນສັດລ້ຽງຂອງທ່ານແມ່ນຢ່າງໜ້ອຍ 30-365ມື້ກ່ອນເດີນທາງ
- ບອກສັດຕະວະແພດຂອງທ່ານໃຫ້ອອກໃບຮັບຮອງການສັກວັກຊີນກັນວໍ້ ຢ່າງໜ້ອຍ 30ມື້ກ່ອນເຂົ້າປະເທດ ກວດສອບໃຫ້ແນ່ໃຈວ່າສັດລ້ຽງຂອງທ່ານໄດ້ໃສ່ເລກລະຫັດປະຈຳໂຕສັດລ້ຽງທີ່ກວດສອບແລະໃຊ້ງານໄດ້
ການເດີນທາງອອກຈາກປະເທດລາວ
ການເດີນທາງອອກຈາກປະເທດລາວຄ່ອນຂ້າງງ່າຍແລະເອກະສານທີ່ຕ້ອງໃຊ້ຂື້ນກັບປະເທດປາຍທາງຂອງທ່ານ ໃນກໍລະນີສ່ວນໃຫຍ່ທ່ານຈະຕ້ອງເຮັດຄື:
- ຈະຕ້ອງມີຜົນການກວດເລືອດພະຍາດວໍ້(ອອກແລະລົງຊື່ໂດຍຫ້ອງປະຕິບັດການທີ່ລົງທະບຽນແລະສັດຕະວະແພດທີ່ໄດ້ຊ່ຽວຊານ)
- ປະຫວັດການສັກວັກຊີນ,ໄມໂຄຣຊິພແລະວັກຊີນປ້ອງກັນໂລກພະຍາດວໍ້
- ໃບຮັບຮອງສຸຂະພາບທີ່ອອກໂດຍສັດຕະວະແພດທີ່ມີຄຸນສົມບັດແລະຮັບຮອງໂດຍລັດຖະບານປະເທດລາວ
- ໃບອະນຸຍາດນຳເຂົ້າສຳລັບປະເທດປາຍທາງ
- ໃບອະນຸຍາດສົ່ງອອກຈາກລັດຖະບານປະເທດລາວ
ສະຫລຸບ
- ສະຫຼຸບຄືເລີ່ມວາງແຜນຂອງທ່ານໃຫ້ໄວທີ່ສຸດແລະຕິດຕາມໃກ້ຊິດກັບສັດຕະວະແພດເພື່ອໃຫ້ແນ່ໃຈວ່າເອກກະສານແລະການກວດສອບທັງໝົດຈະແລ້ວສົມບູນແລະຖືກຕ້ອງຕາມຄວາມຕ້ອງການ
- ເຮັດໃຫ້ສັດລ້ຽງຂອງທ່ານຄຸ້ນເຄີຍແລະກຽມພ້ອມສຳລັບການເດີນທາງໂດຍໃຫ້ພວກເຂົາລອງນອນໃນກົງເພື່ອໃຫ້ພວກເຂົາລຶ້ງແລະຊິ້ນເຄີຍແລະມ່ວນຊື່ນເວລາຢູ່ໃນກົງແລະຢ່າປ່ອຍໃຫ້ພວກເຂົາຢູ່ທາງດ້ານຫຼັງ