loading
close menu

ການບໍລິການ

Pet Surgery
432

ການຜ່າຕັດ

ຄວາມທຸ່ມເທ ຄວາມໃສ່ໃຈ ທັກສະ

ພວກເຮົາບໍ່ເຄີຍຮູ້ວ່າສັດລ້ຽງຂອງເຮົາຈະຕ້ອງຜ່າຕັດເມື່ອໃດ. ຖ້າຫາກພວກເຂົາໄດ້ຮັບການຜ່າຕັດ ສິ່ງສຳຄັນທີ່ຕ້ອງຮູ້ຄືພວກເຂົາໄດ້ຮັບການດູແລທີ່ດີທີ່ສຸດ.

ທີ່ ເອນິມໍລ ດອກເຕີ້ສ, ສັດຕະວະແພດຂອງພວກເຮົາເຮັດການຜ່າຕັດໃນຫ້ອງຜ່າຕັດໂດຍສະເພາະ ໂດຍໃຊ້ອຸປະກອນພິເສດ ແລະ ໃນສະພາບແວດລ້ອມທີ່ປອດເຊື້ອ. ສັດຕະວະແພດທີ່ເຮັດການຜ່າຕັດແມ່ນໄດ້ຜ່ານການຝຶກອົບຮົມມາເປັນພິເສດ, ມີການທົດສອບການດົມຢາສະລົບດ້ວຍເຄື່ອງມືທີ່ທັນສະໄໝຕະຫຼອດຮອດຂັ້ນຕອນແລະຜູ້ຊ່ຽວຊານດ້ານການຜ່າຕັດຂອງເຮົາໃຊ້ເທັກນິກການຜ່າຕັດທີ່ທັນສະໄໝທີ່ສຸດ.

ຄວາມປອດໄພເປັນສີ່ງທີ່ຳຄັນອັນດັບແລກຂອງເຮົາ

ຈາກອຸປະກອນທີ່ເຮົາໃຊ້ກັບຢາທີ່ເຮົານຳສະເໜີ, ເຮົາຈະທຳການຜ່າຕັດສັດລ້ຽງຢ່າງປອດໄພທຸກຄັ້ງ ເຊິ່ງເປັນສິ່ງສຳຄັນທີ່ສຸດຂອງພວກເຮົາ. ການດົມຢາສະລົບເຮັດໃຫ້ເກີດຄວາມສ່ຽງໄດ້ແມ້ແຕ່ສັດລ້ຽງທີ່ມີສຸຂະພາບດີເຊິ່ງເປັນສາເຫດທີ່ເຮົາໃຊ້ຄວາມລະມັດລະວັງທຸກຄັ້ງເພື່ອໃຫ້ມີຄວາມສ່ຽງທີ່ຕ່ຳທີ່ສຸດ.

ການຜ່າຕັດ
1025

Animal Doctors International ໃຊ້ຄື:

  • ການດົມຢາສະລົບ
  • ຍິບບາດແຜແລະເຂັມແບບໃຊ້ຄັ້ງດຽວ
  • ບັນເທົາອາການປວດ
  • ຜູ້ຊ່ຽວຊານທາງດ້ານການຜ່າຕັດທີ່ຜ່ານການຝຶກອົບຮົມລະດັບສາກົນ

ເພື່ອໃຫ້ແນ່ໃຈວ່າສັດລ້ຽງຂອງທ່ານໄດ້ຮັບການດູແລທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້